(ພາບ: Anh Tuấn/VOV)
ຂໍ້ລິເລີ່ມໂດຍກຸ່ມຫຼັກແຫຼ່ງ, ລວມມີ: ຫວຽດນາມ, ສ ໄຊປຣັສ, ອີຕາລີ, ລາວ, ກາຕາ, ສະຫະພັນ Saint Kitts ແລະ Nevis ຊຸກຍູ້, ການນຳອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ແລະ ເອກອັກຄະລັດຖະທູດຫຼາຍປະເທດສະມາຊິກໄດ້ຊົມເຊີຍເຫດການສຳຄັນນີ້.
ໃນສື່ສັງຄົມ X, ທ່ານຜູ້ອຳນວຍການໃຫຍ່ UNESCO Khaled El – Enany ໄດ້ສະແດງຄວາມຂອບອົກຂອບໃຈ ຫວຽດນາມ ທີ່ໄດ້ຊຸກຍູ້ຂໍ້ລິເລີ່ມນີ້. ສ່ວນທ່ານ Nayef Al-Fayez, ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ UNESCO ຮັບຜິດຊອບວັດທະນະທຳ, ໄດ້ຝາກສານຊົມເຊີຍເຫດການດັ່ງກ່າວ:
“ຊົມເຊີຍ ສະມັດຊາໃຫຍ່ ສປຊ ປະກາດ ທົດສະວັດສາກົນ ກ່ຽວກັບວັດທະນະທຳ ເພື່ອການພັດທະນາແບບຍືນຍົງ 2027 – 2036, ຂ້າພະເຈົ້າຊົມເຊີຍຢ່າງສຸດໃຈຕໍ່ວິໄສທັດ ແລະ ບົດບາດນຳພາຂອງ ຫວຽດນາມ ຍ້ອນວິໄສທັດ ແລະ ການນຳພາ, ໄດ້ຊ່ວຍໃຫ້ຂີດໝາຍສຳຄັນນີ້ໃຫ້ປະກົດຜົນເປັນຈິງ. ຂ້າພະເຈົ້າກໍ່ສະແດງຄວາມຂອບອົກຂອບໃຈເຖິງບັນດາປະເທດສະມາຊິກທີ່ໄດ້ພ້ອມກັນຮ່ວມແຮງຮ່ວມໃຈສະໜັບສະໜູນຄຳໝັ້ນສັນຍານີ້”.
ທ່ານ Kasal Long, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ກຳປູເຈຍ ປະຈຳ UNESCO ໄດ້ຊົມເຊີຍ ແລະ ຕີລາຄາສູງບົດບາດຂອງ ຫວຽດນາມ ໃນການລິເລີ່ມຮ່າງມະຕິດັ່ງກ່າວ.
ທ່ານ Ahlem Gharbi, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ສ.ຝລັ່ງ ປະຈຳ UNESCO ສະແດງການສະໜັບສະໜູນຢ່າງແຮງສຳລັບຂໍ້ລິເລີ່ມ:
“ຝລັ່ງ ມີຄວາມປະຕິຊົມຊຶ່ນທີ່ໄດ້ເປັນຜູ້ຮ່ວມອະປະຖຳມະຕິທີ່ UNESCO ຮັບຮອງເອົາກ່ຽວກັບ “ທົດສະວັດສາກົນກ່ຽວກັບວັດທະນະທຳ ເພື່ອການພັດທະນາແບບຍືນຍົງ”. ນີ້ແມ່ນຫົວຂໍ້ມີລັດສະນະສຳຄັນພິເສດ, ໄດ້ຮັບຄຳໝັ້ນສັນຍາຢ່າງແຮງຈາກທັງ UNESCO ແລະ ຝລັ່ງ. ຂ້າພະເຈົ້າຂໍຝາກຄຳຂອບອົກຂອບໃຈຢ່າງເລິກເຊິ່ງເຖິງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ UNESCO, ຜູ້ທີ່ມີບົດບາດເປັນກຳລັງໜູນຫຼັກແຫຼ່ງຊຸກຍູ້ຂໍ້ລິເລີ່ມນີ້. ຊົມເຊີຍຢ່າງສຸດໃຈຕໍ່ກັບທ່ານເອກອັກຄະລັດຖະທູດ ແລະ ຊົມເຊີຍປະເທດ ຫວຽດນາມ ທີ່ບັນລຸໄດ້ໝາກຜົນມີຄວາມໝາຍນີ້”.
VOV ປະຈຳ ຝລັ່ງ
