ຕອນບ່າຍວັນທີ 04 ກັນຍາ, ຢູ່ສຳນັກງານສະຫະປະຊາຊາດ, ນະຄອນ ນິວຢອກ, ປະເທດ ອາເມລິກາ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ເຫັນດີເປັນເອກະພາບຮັບຮອງເອົາມະຕິ “ສະເຫຼີມສະຫຼອງ 50 ປີສົນທິສັນຍາໄມ້ຕີຈິດ ແລະ ການຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້” (TAC) ດ້ວຍການຮ່ວມອຸປະຖຳຂອງ 102 ປະເທດ, ລວມທັງ 5 ປະເທດມະມາຊິກຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ.
ມະຕິຢືນຢັນຄືນຈຸດປະສົງ, ຫຼັກການ ແລະ ຄຸນຄ່າຂອງ TAC - ເອກະສານໄດ້ລົງນາມຢູ່ ບາຫຼີ (ອິນໂດເນເຊຍ) ໃນວັນທີ 24 ກຸມພາ 1976 - ໃນການຊຸກຍູ້ການພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ, ການໂອ້ລົມສົນທະນາ ແລະ ການຮ່ວມມືລະຫວ່າງບັນດາປະເທດ. ມະຕິເນັ້ນໜັກເຖິງບັນດາຫຼັກການພຶ້ື້ນຖານຂອງສົນທິສັນຍາ, ໃນນັ້ນມີການເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຜືນແຜ່ນດິນອັນຄົບຖ້ວນ; ບໍ່ແຊກແຊງເຂົ້າວຽກງານພາຍໃນ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ; ບໍ່ນາບຂູ່ ຫຼື ນຳໃຊ້ອາວຸດ ແລະ ຊຸກຍູ້ການຮ່ວມມືໃຫ້ມີປະສິດທິຜົນ.
