|
ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດປະຈຳປີຊຸດທີ 72 (ພາບ: AFP/TTXVN) |
ພ້ອມທັງເອົາໃຈໃສ່ພັດທະນາແບບຍືນຍົງ, ເຄົາລົບສິດທິມະນຸດ ແລະ ຄວາມດຸ່ນດ່ຽງລະຫວ່າງເພດຍິງ ແລະ ເພດຊາຍ ພ້ອມກັບບັນດາບຸລິມະສິດສຳຄັນ ເຊິ່ງປະມຸກລັດ, ຜູ້ນຳໜ້າລັດຖະບານ ແລະ ຄະນະຜູ້ຕາງໜ້າທີ່ມາຈາກ 196 ປະເທດຍົກອອກມາໃນຕະຫຼອດ 1 ອາທິດຜ່ານມາ. ໃນບົດກ່າວປາໄສອັດກອງປະຊຸມ, ທ່ານ Miroslav Lajcak ເນັ້ນໜັກວ່າ, ບັນດາຄະນະຜູ້ຕາງໜ້າທີ່ເຂົ້າຮ່ວມໄດ້ຢືນຢັນຄືນໃໝ່ບັນດາຄຳໝັ້ນສັນຍາຕໍ່ສະຫະປະຊາຊາດ ກໍຄືຕໍ່ກັນແລະກັນ, ພ້ອມທັງຮັບຮູ້ໄດ້ລະດັບຄວາມສຳຄັນຂອງຄວາມສາມັກຄີລະຫວ່າງບັນດາປະເທດ ໂດຍອີງໃສ່ການເຈລະຈາ ແລະ ລັດທິຫຼາຍຝ່າຍ.

