ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 7,7 ຣິກ​ເຕີ ເກີດ​ຂຶ້ນ​ໃນ​ວັນ​ທີ 15 ສິງຫາ​, ຢູ່ນອກ​ຝັ່ງ​ທະ​ເລ​ເກາະ Flores, ທາງ​ທິດ​ຕ​າ​ເວັນ​ອອກ ອິນ​ໂດ​ເນ​ເຊຍ, ໄດ້​ເພີ່ມ​ຂຶ້ນ​ເປັນ 68 ຄົນ, ໃນ​ຂະ​ນະ​ນັ້ນ ກຳ​ລັງ​ກູ້​ໄພ​ກູ້​ຊີບ​ຍັງ​ສືບ​ຕໍ່​ກວດ​ກາ​ຄືນ​ບັນ​ດາ​ເຂດ​ຖືກ​ຜົນ​ສະ​ທ້ອນ ແລະ ມີ​ປະ​ຊາ​ຊົນ​ນັບ​ໝື່ນ​ຄົນ​ຍັງ​ບໍ່​ສາ​ມາດ​ກັບ​ເມືອ​ບ້ານ​ຍ້ອນ​ມີ​ຄວາມວິ​ຕົກ​ກັງ​ວົນ​ຈະເກີດສະ​ພາບ​ສັ່ນ​ສະ​ເທືອນ​ອີກ. ເຈົ້າ​ໜ້າ​ທີ່​ໄດ້​ແຈ້ງວ່າ ຮອດ​ວັນ​ທີ 17 ສິງ​ຫາ, ຍັງ​ບໍ່​ທັນ​ມີ​ຂໍ້​ມູນ​ກໍ​ລະ​ນີ​ຜູ້​ຫາຍ​ສາບ​ສູນ​ຕື່ມ​ອີກ, ແຕ່​ບັນ​ດາ​ທິມ​ກູ​້​ໄພ​ກູ້​ຊີບ​ຍັງ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ຖືກ​ຜົນ​ສະ​ທ້ອ​ນ​ເພື່ອ​ຊ​ອກ​ຫາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ທີ່​ອາດ​ຈະ​ຍັງ​ຖືກ​ຕິ​ດ​ຄ້າງ.

ສ່ວນ​ຢູ່ ໂກ​ລົມ​ເບຍ, ຄົບ 1 ອາ​ທິດ​ພາຍ​ຫຼັງ​ເກີດ​ເຫດ​ແຜ່ນ​ດິນ​ໄຫວ​​ທີ່ມີ​ຄວາມ​ແຮງ 7,4 ຣິກ​ເຕີ, ​ບົດ​ລາຍ​ງານ​ອັບ​ເດດ​ຫຼ້າ​ສຸດ​ໃຫ້​ຮູ້​ວ່າ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ຂຶ້ນ​ເຖິງ 289 ຄົນ, ໃນ​ຂະ​ນະ​ທີ່​ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຍັງ​ແຂ່ງ​ກັບ​ເວ​ລາ​ເພື່ອ​ຊອ​ກ​ຫາ​ຜູ້​ຫາຍ​​ສາບ​ສູນ 143 ຄົນ. ເຫດ​ແຜ່ນ​ດິນ​ໄຫວ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ສະ​ຕະ​ວັດ​ທີ 21 ​ທີ່ເກີດ​ຂຶ້ນ​ຢູ່​ປະ​ເທດນີ້ ກໍ່​ເຮັດ​ໃຫ້​ມີ 4.200 ຄົນ​ຖ​ືກ​ບາດ​ເຈັບ ແລະ ເຮັດ​ໃຫ້​ການ​ດຳ​ລົງ​ຊີ​ວິດ​ຂອງກວ່າ 120.000 ຄອບ​ຄົວ​ຖືກ​ສັບ​ສົນປົນ​ເປ.

ປະ​ຈຸ​ບັນ, ປະ​ຊາ​ຄົມ​ສາ​ກົນ​ໄດ້​ຍູ້​ແຮງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍ​ຢ່າງວ່ອງ​ໄວ.