ທ່ານນາງ ຫງວຽນທິແທງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ຄົນໃຫມ່. (ພາບ:quochoi.vn)

ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດ ໃຫ້ສັດຕະຍາບັນແຕ່ງຕັ້ງ ທ່ານ ເລແທ່ງລອງ, ລັດຖະມົນຕີກະຊວງຍຸຕິທຳ ດຳລົງຕຳແຫນ່ງ ຮອງນາຍົກລັດຖະມົນຕີ ອາຍຸການ 2021-2026.

ທ່ານ ເລແທ່ງລອງ ຮອງນາຍົກລັດຖະມົນຕີຄົນໃຫມ່. (ພາບ:quochoi.vn)

ແລະ ດ້ວຍຄວາມຕົກລົງເຫັນດີເປັນສ່ວນໃຫຍ່, ສະພາແຫ່ງຊາດ ຮັບຮອງເອົາມະຕີໃຫ້ສັດຕະຍາບັນແຕ່ງຕັ້ງ ພົນໂທ ເລືອງຕາມກວາງ ດຳລົງຕຳແຫນ່ງ ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ອາຍຸການ 2021-2026.

ພົນໂທ ເລືອງຕາມກວາງ ດຳລົງຕຳແຫນ່ງ ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ອາຍຸການ 2021-2026. (ພາບ:quochoi.vn)