ຢູ່ທີ່ນີ້, 2 ຝ່າຍໄດ້ຕີລາຄາສູງການພົວພັນຢ່າງສະໜິດແໜ້ນລະຫວ່າງ ສະພາແຫ່ງຊາດ 2 ປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ສ.ເກົາຫຼີ; ເຫັນດີເປັນກະພາບສືບຕໍ່ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດເລິກເຊິ່ງຂຶ້ນຕື່ມ ຜ່ານການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກຳມາທິການວິຊາສະເພາະ, ຊຸກຍູ້ບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດ…
ທ່ານປະທານາທິບໍດີ Lee Jae Myung ໃຫ້ຮູ້ວ່າ ຈະພິຈາລະນາບັນດາມາດຕະການຫັນລະບຽບການສະໜອງວີຊາໃຫ້ແກ່ພົນລະເມືອງ ຫວຽດນາມ ເປັນງ່າຍດາຍ; ພ້ອມກັນນັ້ນ, ກໍ່ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ໜູນຊ່ວຍ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ສ.ເກົາຫຼີ ຢູ່ ຫວຽດນາມ, ກໍຄືບັນດາວິສາຫະກິດ ສ.ເກົາຫຼີ ທີ່ພວມລົງທຶນ, ເຄື່ອນໄຫວຢູ່ ຫວຽດນາມ.
