ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ຈະນຳໜ້າ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ໄອປາ - 42 ຕາມຄຳເຊີນຂອງປະທານສະພານິຕິບັນຍັດ ລາຊະອານາຈັກ ບຣູໄນ ປະທານ ໄອປາ - 42 ອາດຸນ ຣາມານຕາບ.

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ເນັ້ນໜັກວ່າ ການທູດລັດຖະສະພາ ຕ້ອງປະກອບສ່ວນຍົກສູງຖານະບົດບາດ ແລະ ພາບພົດ ແລະ ອິດທິພົນຊື່ສຽງຂອງຫວຽດນາມໃນພາກພື້ນ ແລະ ໃນໂລກ.

ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄດ້ສະເໜີບັນດາອົງການທີ່ກ່ຽວຂ້ອງຈົ່ງຍູ້ໄວລະດັບຄວາມຄືບໜ້າໃນການກະກຽມ ແລະ ຮັບປະກັນຄຸນນະພາບ ບັນດາເນື້ອໃນເຂົ້າຮ່ວມຂອງ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ທີ່ຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 42 ຫຼື ໄອປາ - 42. ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວເນັ້ນວ່າ ສະພາແຫ່ງຊາດຫວຽດນາມຕ້ອງຊີ້ແຈ້ງເຖິງທັດສະນະກ່ຽວກັບການຮ່ວມມືລະຫວ່າງບັນດາລັດຖະສະພາພາຄີ ໄອປາ ແລະ ບັນດາປະເທດອາຊຽນໃນການ ປ້ອງກັນ, ສະກັດກັ້ນ ໂຄວິດ-19, ໃນນັ້ນມີການແບ່ງປັນກ່ຽວກັບວັກຊິນກັນໂຄວິດ -19