ທ່ານອະດີດປະທານສະພາແຫ່ງຊາດຊຸດທີ 5, ສະມາຊິກສະພາແຫ່ງຊາດຊຸດທີ 6 Samdech Heng Samrin ເຂົ້າຮ່ວມກອງປະຊຸມ

(ພາບ:TTXVN)

ແຜນການດໍາເນີນງານຂອງກອງປະຊຸມລວມມີ ການຮັບຮອງເອົາບັນຊີລາຍຊື່ຂອງບັນດາສະມາຊິກສະພາແຫ່ງຊາດຊຸດໃໝ່ ແລະ ກົດລະບຽບການເຄື່ອນໄຫວຂອງສະພາແຫ່ງຊາດຊຸດໃໝ່.

ຕອນບ່າຍຂອງວັນດຽວກັນ, ສະມາຊິກສະພາແຫ່ງຊາດຊຸດໃໝ່ທັງໝົດ ໄດ້ເຂົ້າ ສາບານຕົວ ຕໍ່ໜ້າເຈົ້າຊີວິດ Norodom Sihamoni ຢູ່ພະລາຊະວັງ.

ຕາມແຜນການແລ້ວ, ຕອນເຊົ້າວັນທີ 6 ກັນຍາ, ສະພາແຫ່ງຊາດຊຸດທີ 6 ສືບຕໍ່ກອງປະຊຸມຄັ້ງປະຖົມມະລຶກ ເພື່ອປ່ອນບັດເລືອກຕັ້ງປະທານ ແລະ ຮອງປະທານ 02 ທ່ານຂອງສະພາແຫ່ງຊາດຊຸດໃໝ່; ຫົວໜ້າ, ຮອງຫົວໜ້າບັນດາກໍາມາທິການຕ່າງໆຂອງສະພາແຫ່ງຊາດ.