ສະພາແຫ່ງຊາດປຶກສາຫາລືກ່ຽວກັບສະພາບການເສດຖະກິດ ສັງຄົມ |
ຜ່ານການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດ ເຫັນດີເຫັນພ້ອມກັບບົດລາຍງານຂອງລັດຖະບານ ແລະ ຕີລາຄາສູງບັນດາມາດຕະການ, ການຊີ້ນຳບໍລິຫານຂອງລັດຖະບານໃນໄລຍະຜ່ານມາ. ດັດຊະນີລາຄາໃຊ້ສອຍ ໃນເດືອນເມສາເມື່ອທຽບໃສ່ເດືອນທັນວາປີ 2016 ແມ່ນເພີ່ມຂຶ້ນ 0,9%. ລັດຖະບານໄດ້ສຸມໃສ່ຊີ້ນຳ, ຈັດຕັ້ງກອງປະຊຸມຫລາຍຄັ້ງກ່ຽວກັບການພັດທະນາກະສິກຳເຕັກໂນໂລຊີສູງ, ດຶງດູດຫລາຍໂຄງການ, ວິສາຫະກິດລົງທຶນເຂົ້າຂົງເຂດນີ້.

