ບັນດາສະມາຊິກສະພາແຫ່ງຊາດປະກອບຄຳເຫັນວ່າ ລັດຖະບານ ສືບຕໍ່ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ປະຕິຮູບລະບຽບການບໍລິຫານ, ສຸມໃສ່ການລົງທຶນຂອງລັດເຂົ້າບັນດາໂຄງການຈຸດສຸມ. ທ່ານ ເລກົງເຍື່ອງ, ສະມາຊິກສະພາແຫ່ງຊາດ (ສສຊ) ແຂວງ ບີງດີ້ງ ປະກອບຄຳເຫັນ:
“ລັດຖະບານ ໄດ້ວາງອອກ 7 ມາດຕະການພັດທະນາເສດຖະກິດສັງຄົມໃຫ້ແກ່ປີ 2018, ຂ້າພະເຈົ້າຂໍເພີ່ມເຕີມມາດຕະການຫນຶ່ງ ນັ້ນແມ່ນ ສຳຜັດ ແລະ ຜັນຂະຫຍາຍການປະຕິວັດວິທະຍາສາດເຕັກໂນໂລຊີ 4.0 ລວມມີ ການສົມທົບກັບເຕັກໂນໂລຊີຂໍ້ມູນຂ່າວສານໃນການຄຸ້ມຄອງລັດກ່ຽວກັບບັນດາຂົງເຂດອຸດສາຫະກຳ, ກະສິກຳ, ບໍລິການເພືື່ອແນໃສ່ສ້າງບາດກ້າວ ບຸກທະລຸ, ຍົກສູງສະມັດຕະພາບ, ຄຸນນະພາບພື້ນຖານເສດຖະກິດນັບແຕ່ປີ 2018 ເປັນຕົ້ນໄປ.”
ສະພາແຫ່ງຊາດສືບຕໍ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດສັງຄົມແລະງົບປະມານ |
ບັນດາສສຊ ສະເຫນີ: ຄວນເອົາໃຈໃສ່ເປັນພິເສດເຖິງການລົງທຶນເຂົ້າໃນວິທະຍາສາດ ແລະ ເຕັກໂນໂລຊີ, ເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ, ດຳເນີນທຸລະກິດ.
ທີ່ວາລະປຶກສາຫາລື, ທ່ານ ເຈີນຕວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອະພິປາຍ ແລະ ໃຫ້ຄຳຕອບບາງບັນຫາຂອງຜູ້ມີສິດເລືອກຕັ້ງ ແລະ ສສຊ ມີຄວາມສົນໃຈ. ທ່ານລັດຖະມົນຕີ ເຈີນຕວນແອງ ໃຫ້ຮູ້ວ່າ:
“ກ່ຽວກັບອຸດສາຫະກຳຫນູນຊ່ວຍ,ກະຊວງອຸດສາຫະກຳ ການຄ້າ ສືບຕໍ່ສົມທົບກັນພ້ອມກັບບັນດາກະຊວງ, ຂະແຫນງການເພື່ອສ້າງການປະຕິບັດບັນດານະໂຍບາຍຢ່າງຄົບຊຸດ, ນັບທັງດ້ານສິນເຊື່ອກໍຄືບັນດາກົນໄກບຸລິມະສິດກ່ຽວກັບການຖ່າຍທອດເຕັກໂນໂລຊີ, ສຳຜັດກັບເຕັກໂນໂລຊີ ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດ. ໃນຂົງເຂດຕຳແຜ່ນຕັດຫຍິບ, ກໍ່ສ້າງບັນດາສູນຕຳແຜ່ນຕັດຫຍິບ ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງ ແລະ ຂຸດຄົ້ນບັນດາກາລະໂອກາດຂອງບັນດາສັນຍາການຄ້າເສລີ.”

