(ພາບປະກອບ: REUTERS/Kevin Lamarque8
ວັນທີ 15 ກໍລະກົດ, ບັນດາສະມາຊິກລັດຖະສະພາຂຶ້ນກັບພັກສາທາລະນະຢູ່ສະພາຕ່ຳ ອາເມລິກາ ໄດ້ປະກາດຮ່າງມະຕິງົບປະມານໃໝ່, ໃນນັ້ນສະເໜີສະໜອງຈຳນວນເງິນ 60 ຕື້ USD ໃຫ້ແກ່ກອງທັບຕື່ມອີກ ເພື່ອໜູນຊ່ວຍບັນດາການເຄື່ອນໄຫວດ້ານການທະຫານກ່ຽວຂ້ອງເຖິງການປະທະກັນກັບ ອີຣານ, ສ້າງຂີດໝາຍໃໝ່ໃນຄວາມມານະພະຍາຍາມຂອງອຳນາດການປົກຄອງ ອາເມລິກາ ເພີ່ມທະວີແຫຼ່ງກຳລັງໃຫ້ແກ່ບັ້ນຮົບຢູ່ ຕາເວັນອອກກາງ. ເຖິງຢ່າງໃດກໍ່ຕາມ, ຕົວເລກ 60 ຕື້ USD ຍັງຕ່ຳກວ່າຫຼາຍເມື່ອທຽບໃສ່ຕົວເລກ 350 ຕື້ USD ທີ່ທ່ານ Donald Trump ປະທານາທິບໍດີ ອາເມລິກາ ເຄີຍຮຽກຮ້ອງໃຫ້ສະພາແຫ່ງຊາດເພີ່ມເຕີມໃຫ້ແກ່ການປ້ອງກັນຊາດ ໃນບ້ວງເງິນໄກເກ່ຍງົບປະມານໃໝ່.
ຂໍ້ສະເໜີກໍ່ພວມຖືກ 2 ພັກຄັດຄ້ານ. ຝ່າຍປະຊາທິປະໄຕໄດ້ຕຳໜິຕິຕຽນແຜນການຈະເຮັດໃຫ້ເພີ່ມໜີ້ສາທາລະນະເພື່ອອຸປະຖຳໃຫ້ແກ່ສົງຄາມກັບ ອີຣານ, ໃນຂະນະທີ່ ມີສະມາຊິກລັດຖະສະພາພັກສາທາລະນະເດີນຕາມແນວທາງຮັກສາເດີມປີການເງິນຄັດຄ້ານຍ້ອນຮ່າງກົດໝາຍບໍ່ຕິດຄັດບັນດາມາດຕະການຫຼຸດຜ່ອນລາຍຈ່າຍເພື່ອທົດແທນບ້ວງງົບປະມານໃໝ່.
