ພົນທະຫານກຳລັງຮັກສາສັນຕິພາບຂອງ ສປຊ ພວມປະຕິບັດຫນ້າທີ່ຢູ່ ມາລີ (ພາບ:AFP/TTXVN)

ໃນແຈ້ງການສື່ມວນຊົນ, ບັນດາປະເທດກຳມະການ ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ຄວາມເຫັນອົກເຫັນໃຈມາຍັງຄອບຄົວຜູ້ປະສົບເຄາະຮ້າຍ ກໍຄື ສຳລັບ ສ. Chad ແລະ ຄະນະຮັກສາສັນຕິພາບຂອງ ສປຊ ຢູ່ ມາລີ. ບັນດາສະມາຊິກ ສະພາຄວາມໝັ້ນຄົງ ຮຽກຮ້ອງລັດຖະບານປ່ຽນຜ່ານຂອງ ມາລີຕ້ອງປະຕິບັດການສືບສວນເຫດບຸກໂຈມຕີໃນທັນທີ ແລະ ນຳຜູ້ກໍ່ເຫດມາພິພາກສາ.