ການປະທະກັນລະຫວ່າງອິສະລະແອນແລະຂະບວນການຮ່າມັດຂອງປະເລັດສະຕິນໄດ້ເຮັດໃຫ້ທັງສອງຝ່າຍມີຜູ້ເສຍຊີວິດກວ່າ 260 ຄົນ

ໃນຖະແຫຼງການສະບັບທຳອິດກ່ຽວກັບບັນຫານີ້, ບັນດາສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຊົມເຊີຍຖະແຫຼງການຢຸດຍິງເຊິ່ງເລີ່ມປະຕິບັດແຕ່ວັນທີ 21 ພຶດສະພາ ແລະ ຮັບຮອງບົດບາດທີ່ສຳຄັນຂອງເອຢິບແລະບັນດາປະເທດອື່ນໆໃນພາກພື້ນໃນການໄກ່ເກ່ຍການປະທະກັນ ພ້ອມກັນນັ້ນກໍ່ເນັ້ນໜັກວ່າຄວນປະຕິບັດການຊ່ວຍໜູນມະນຸດຊະທຳໃຫ້ແກ່ສາມັນຊົນປາເລັດສະຕິນໂດຍທັນທີ່ ພິເສດຢູ່ເຂດກາຊາ.

ການປະທະກັນລະຫວ່າງອິສະລະແອນແລະຂະບວນການຮ່າມັດຂອງປະເລັດສະຕິນໄດ້ເຮັດໃຫ້ທັງສອງຝ່າຍມີຜູ້ເສຍຊີວິດກວ່າ 260 ຄົນ ນີ້ແມ່ນການປະທະກັນດ້ວຍອາວຸດຢ່າງຮ້າຍແຮງທີ່ສຸດລະຫວ່າງສອງຝ່າຍນັບແຕ່ເກີດສົງຄາມຢູ່ເຂດ ກາຊາ ປີ 2014