ພ້ອມກັນເຫັນດີເປັນເອກະພາບກ່ຽວກັບການລົງໂທດໃໝ່ສຳລັບ ສປປ.ເກົາຫຼີ, ແລະ ຄະນະກຳມະການທະນາຄານຂອງສະພາສູງ ອາເມລິກາ ຈະຜັນຂະຫຍາຍ ຫລັງຈາກນັ້ນໃນອາທິດໜ້າ. ໃນການລົງໂທດໃໝ່ນີ້, “ການລົງໂທດທະນາຄານ Otto Warmbier ທີ່ກ່ຽວຂ້ອງເຖິງການກະທຳຂອງ ສປປ.ເກົາຫຼີ ປີ 2017”, ໂດຍໃສ່ຊື່ຂອງນັກສຶກສາ ອາເມລິກາ ຖືກເສຍຊີວິດ ພາຍຫລັງຖືກຈຳຄຸກຢູ່ ສປປ.ເກົາຫຼີ, ຈະປັບປຸງ ແລະ ເພີ່ມ ບັນດາຄຳສັ່ງລົງໂທດທີ່ມີຢູ່ແລ້ວຕື່ມອີກ ແລະ ເພີ່ມທະວີການຕິດຕາມກວດກາຂອງສະພາແຫ່ງຊາດ ອາເມລິກາ ສຳລັບບັນດາຄຳສັ່ງລົງໂທດ ພຽງຢາງ.