ຕອນເຊົ້າຂອງວັນທີ 27 ສິງຫາ 2026, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າໄປອວຍພອນກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເນື່ອງໃນໂອກາດວັນຊາດ ສາທະລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (02/9/1945-02/9/2026) ໂດຍ ສະຫາຍ ຫງວຽນ ແມັງ ເກື່ອງ, ຮອງລັດຖະມົນຕີ ພ້ອມຄະນະ ໃຫ້ການຕ້ອນຮັບ.

ໃນໂອກາດນີ້, ທ່ານທູດ ຄຳເພົາ ເອີນທະວັນ ໄດ້ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາດມາໄດ້ຕະຫຼອດໄລຍະ 81 ປີຜ່ານມາ. ພ້ອມທັງສະແດງຄວາມຂອບໃຈຕໍ່ກະຊວງການຕ່າງປະເທດຫວຽດນາມ ທີ່ໄດ້ເອື້ອອຳນວຍຄວາມສະດວກ, ໃຫ້ຄວາມສຳຄັນໃນການເປັນຂົວຕໍ່ ປະສານງານຂອງສະຖານທູດລາວ ກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆຂອງຫວຽດນາມ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮອບມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງສະຖານທູດລາວ ກັບກະຊວງການຕ່າງປະເທດຫວຽດນາມ ໃນໄລຍະຜ່ານມາ. ທ່ານໄດ້ອວຍພອນ ຄະນະນຳ ພ້ອມພະນັກງານກະຊວງການຕ່າງປະເທດຫວຽດນາມ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດຂອງຕົນທຸກປະການ.

ໃນພິທີຕ້ອນຮັບ, ສະຫາຍ ຫງວຽນ ແມັງ ເກື່ອງ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ສະໜິດສະໜົມ ແລະ ສະແດງຄວາມຂອບໃຈຕໍ່ຄະນະຜູ້ແທນສະຖານທູດລາວ ທີ່ໄດ້ມາອວຍພອນເນື່ອງໃນໂອກາດວັນຊາດ ຂອງ ສສ ຫວຽດນາມ ໃນຄັ້ງນີ້ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ຄະນະນຳພັກ, ລັດຂັ້ນສູງຂອງ ສປປ ລາວ ທີ່ໄດ້ສົ່ງຄຳອວຍພອນອັນປະເສີດມາຍັງຄະນະນຳພັກ, ລັດຂັ້ນສູງຂອງ ສສ ຫວຽດນາມ ຊຶ່ງໄດ້ສະແດງໃຫ້ເຫັນວ່າ ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮອບມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນໄປຢ່າງບໍ່ຢຸດຢັ້ງ ໂດຍຜ່ານມາກໍໄດ້ຮັບການທົດສອບ ນັບທັງໃນໄລຍະການຕໍ່ສູ້ກູ້ຊາດ ກໍຄືໃນໄລຍະແຫ່ງການສ້າງສາພັດທະນາປະເທດຊາດຂອງທັງສອງປະເທດ ຢັ້ງຢືນໃຫ້ເຫັນວ່າ ເປັນສາຍພົວພັນທີ່ພິເສດ ມີໜຶ່ງບໍ່ມີສອງຢູ່ໃນໂລກນີ້.

ເນື່ອງໃນໂອກາດວັນຊາດ ແຫ່ງ ສສ ຫວຽດນາມ ຄົບຮອບ 81 ປີນີ້, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ; ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ສະຫາຍ ນາງ ສູນທອນ ໄຊຍະຈັກ, ຮັກສາການປະທານສະພາແຫ່ງຊາດ ແລະ ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ສົ່ງກະຕ່າດອກໄມ້ໄປອວຍພອນການນຳຂັ້ນສູງຄູ່ຮ່ວມຕຳແໜ່ງຂອງ ສສ ຫວຽດນາມ ອີກດ້ວຍ.

ຂັດ​ຈາກ​ສະ​ຖານ​ທູດ​ລາວ​ປະ​ຈຳ ຫວຽດ​ນາມ