ຕອນ​ເຊົ້າ​ວັນ​ທີ 28 ຕຸ​ລາ, ຢູ່​ນະ​ຄອນ ກ໋ວ​າງ​ນິງ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ​ໄຂ​ສັບ​ປະ​ດ​າ​ດີ​ຈີ​ຕອນ​ສາ​ກົນ ຫວຽດ​ນາມ 2026 (VIDW 2026) ແລະ ກອງ​ປະ​ຊຸມ​ໂຕະ​ມົນ​ລັດ​ຖະ​ມົນ​ຕີ​ດີ​ຈີ​ຕອນ ແລະ ປັນ​ຍາ​ປະ​ດິດ (AI), ເຫດ​ການ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ພາຍ​ໃນປະ​ເທດ ແລະ ສາ​ກົນ​ປະ​ມານ 500 ທ່ານ​ທີ່​ມາ​ຈາກເກືອບ 30 ປະ​ເທດ. ກ່າວ​ຄຳ​ເຫັນ​ໄຂ​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວູ​ຫ໋າຍກວນ ໃຫ້​ຮູ້​ວ່າ ຫົວ​ຂໍ້ “ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ແບບ​ອັດ​ສະ​ລິ​ຍະ, ຄຸ້ມ​ຄອງ AI, ສ້າງ​ສັນ​ການ​ຫັນ​ເປັນ​ AI” ສ່ອງ​ແສງ​ສາມ​ບຸ​ລິ​ມະ​ສິດ​ທີ່​ມີ​ການ​ເຊື່ອມ​ຕໍ່​ ນຳ​ກັນ ຢ່າງ​ແໜ້ນ​ແຟ້ນ. ການ​ເຊື່ອມ​ຕໍ່​ອັດ​ສະ​ລິ​ຍະ​ແມ່ນ ພື້ນ​ຖານ, ຄຸ້ມ​ຄອງ​ທີ່​ດີ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ຫັນ​ເປັນ AI ນຳ​ມາ​ເຊິ່ງ​ໝາກ​ຜົນ​ຢ່າງ​ແທ້​ຈິງ, ໂດຍ​ໄດ້​ວັດ​ແທກ​ດ້ວຍ​ຄຸນ​ນະ​ພາບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ​ທີ່​ດີກວ່າ, ສະ​ມັດ​ຕະ​ພາບ​ດີ​ກວ່າ, ວິ​ທະ​ຍາ​ສາດ​ຢ່າງ​ໝັ້ນ​ຄົງ​ກວ່າ ແລະ ​ປັບ​ປຸງຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດໃຫ້​ດີກວ່າ.