ຕາມ​ຂ່າວ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ, ສັບ​ປະ​ດາ​ດີ​ຈີ​ຕອນສາກົນ ຫວຽດ​ນາມ 2026 (Vietnam International Digital Week - VIDW 2026) ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 28-30 ຕຸ​ລາ ​ຢູ່ ກວາງ​ນິງ. ເຫດ​ການ​ຈະ​ເຕົ້າ​ໂຮ​ມ​ຜູ້​ແທນ 500 ທ່ານ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ໂດຍ​ຈະ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ການ​ຄຸ້ມ​ຄອງ​ປັນ​ຍາ​ປະ​ດິດ (AI), ພັດ​ທະ​ນາເຕັກ​ໂນ​ໂລ​ຊີ​ຍຸດ​ທະ​ສາດ ແລະ ເປີດ​ກ້​ວາງ​ການ​ຮ່ວມ​ມື​​ດ້ານ​ເຕັກ​ໂນ​ໂລ​ຊີ.

ດ້ວຍ​ຫົວ​ຂໍ້ “ເຊື່ອມ​ຕໍ່​ອັດ​ສະ​ລີ​ຍະ: ການ​ຄຸ້ມ​ຄອງ AI, ສ້າງ​ການ​ຫັນ​ປ່ຽນ AI”, ສັບ​ປະ​ດາ​ດີ​ຈີ​ຕອນສາກົນ ຫວຽດ​ນາມ 2026 ໂດຍກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ເປັນ​ປະ​ທານ ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ​ນະ​ໂຍ​ບາຍ, ເປີດ​ກ້​ວາງ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ວິ​ທະ​ຍາ​ສາດ; ຊຸກ​ຍູ້​ການ​ຄົ້ນ​ຄ້​ວາ, ພັດ​ທະ​ນາ, ການ​ຖ່ອຍ​ທອດ ແລະ ຫັນ​ເຕັກ​ໂນ​ໂລ​ຊີ​ເປັນ​ການ​ຄ້າ, ສຸມ​ໃສ່​ບັນ​ດາເຕັກ​ໂນ​ໂລ​ຊີ​ຍຸດ​ທະ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ. ລາຍ​ການ ສັບ​ປະ​ດາ​ດີ​ຈີ​ຕອນສາກົນ ຫວຽດ​ນາມ 2026 ລວມ​ມີ 3 ກຸ່ມ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຄື: ເວ​ທີ​ປາ​ໄສ​ຂັ້ນ​ສູງ​ກ່ຽວ​ກັບເຕັກ​ໂນ​ໂລ​ຊີ​ຍຸດ​ທະ​ສາດ; ບັນ​ດາ​ເວ​ທີ​ປາ​ໄສ, ກອງ​ປະ​ຊຸມ, ກອງ​ປະ​ຊຸມ​ສຳ​ມະ​ນາ​ຮ່ວມ​ມື ແລະ ເຊື່ອມ​ຕໍ່​ກັບ​ສາ​ກົນ; ງານວາງ​ສະ​ແດງ, ແນະ​ນຳ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ​ພົ້ນ​ເດັ່ນ.