ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງ ແລະ ທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ Kim Do Hyun

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈີ້ງດີງຢຸງ ເນັ້ນໜັກວ່າ ບັນດາໝາກຜົນນີ້ ໂດຍອີງບົນພື້ນຖານແຫ່ງຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ນ້ຳໃຈຄວາມຮັກແພງອັນດີງາມລະຫວ່າງການນຳ ແລະ ປະຊາຊົນ 2 ປະເທດ.

ສ່ວນທ່ານເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ Kim Do Hyun ຖືວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືຍັງໃຫຍ່ຫຼວງຢູ່ ແລະ ສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ນ້ຳໃຈຄວາມຮັກແພງອັນດີງາມລະຫວ່າງການນຳ ແລະ ປະຊາຊົນ 2 ປະເທດ ສ.ເກົາຫຼີ-ຫວຽດນາມ ແນ່ນອນວ່າ ຍັງຈະພັດທະນາຢ່າງແຂງແຮງໃນອະນາຄົດ.