ສ.ເກົາຫຼີ ແລະ UAE ຍົກລະດັບການພົວພັນ 2 ຝ່າຍ ພາບ: Yonhap/TTXVN)

ທີ່ການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບຍົກການພົວພັນລະຫວ່າງ 2 ປະເທດຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດພິເສດ”, ຊຶ່ງອາດຈະເປີດໂອກາດໃຫ້ການຊຸກຍູ້ສາຍພົວພັນ 2 ຝ່າຍ ແລະ ການຮ່ວມມືເສດຖະກິດຂຶ້ນສູ່ລະດັບເປັນພັນທະມິດ.

ທ່ານປະທານາທິບໍດີ Moon Jae-in ເລີ່ມຕົ້ນການຢ້ຽມຢາມ UAE ຢ່າງເປັນທາງການແຕ່ວັນທີ 24 ມີນາ. ໃນການຢ້ຽມຢາມ, ທ່ານປະທານາທິບໍດີ Moon Jae-in ຈະພົບປະກັບ ພະມະຫາກະສັດ Mohammed bin Rashid Al Maktoum ແລະ ທ່ານນາຍົກລັດຖະມົນຕີ UAE ກ່ອນທີ່ຈະກັບເມືອປະເທດໃນວັນທີ 27 ມີນາ.