ປະຊາຊົນຕິດຕາມຂ່າວກ່ຽວກັບເຫດຍິງລູກສອນໄຟຂອງ ສປປ.ເກົາຫຼີ ຢູ່ສະຖານີລົດໄຟຟ້າ ເຊີອຸນ, ສ.ເກົາຫຼີ ໃນວັນທີ 7-5-2022 (ພາບ: TTXVN)

ຫົວໜ້າສະພາເສນາທິການກອງທະຫານປະສົມ ສ.ເກົາຫຼີ ໄດ້ອອກແຈ້ງການໃນຕອນເຊົ້າວັນທີ 25 ພຶດສະພາ ໂດຍໃຫ້ຮູ້ວ່າ ສປປ.ເກົາຫຼີ ຫາກໍຍິງລູກສອນໄຟ 3 ລູກຈາກເຂດ Sunan ຢູ່ນະຄອນຫຼວງ ພຽງຢ່າງ ຂອງ ສປປ.ເກົາຫຼີ ອອກສູ່ເຂດທະເລທາງທິດຕາເວັນອອກ ໃນຮຸ່ງເຊົ້າຂອງວັນດຽວກັນ. ປັດຈຸບັນ, ກອງທັບ ສ.ເກົາຫຼີ ກໍພວມຢູ່ໃນສະພາບກຽມພ້ອມໃນລະດັບສູງສຸດ.

ໃນຂະນະນັ້ນ, ກຳລັງປ້ອງກັນທະເລ ຍີ່ປຸ່ນ ໄດ້ກ່າວເຕືອນຄວາມອາດສາມາດຍິງລູກສອນໄຟນຳວິຖີຈາກ ສປປ.ເກົາຫຼີ, ຮຽກຮ້ອງໃຫ້ກ່ຳປັ່ນຈົ່ງຫຼີກລ້ຽງອອກຈາກວັດຖຸບິນທີ່ຕົກລົງສູ່ເຂດທະເລດັ່ງກ່າວ. ທ່ານນາຍົກລັດຖະມົນຕີ Kishida Fumio ໃຫ້ຮູ້ວ່າ ປັດຈຸບັນ, ໂຕກຽວ ພວມເກັບກຳຂໍ້ມູນກ່ຽວກັບການກະທຳດັ່ງກ່າວຂອງ ພຽງຢາງ.

ນີ້ແມ່ນເຫດຍິງລູກສອນໄຟເທື່ອທີ 17 ຂອງ ສປປ.ເກົາຫຼີ ນັບແຕ່ຕົ້ນປີມາຮອດປັດຈຸບັນ. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ຍັງບໍ່ທັນມີຂໍ້ມູນລະອຽດໃດໆກ່ຽວກັບເຫດຍິງທົດລອງຄັ້ງຫຼ້າສຸດນີ້.