(ພາບປະກອບ)

ຖືນີ້ແມ່ນໄພນາບຂູ່ຢ່າງຮ້າຍແຮງສຳລັບຄວາມໝັ້ນຄົງໃນພາກພື້ນ ແລະ ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ທ່ານປະທານາທິບໍດີ Moon Jae-in ຢືນຢັນວ່າ ຈະໂຕ້ຕອບການກະທຳດັ່ງກ່າວຢ່າງເຂັ້ມງວດ.

ແລະໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຍີ່ປຸ້ນ Shinzo Abe ຖະແຫຼງວ່າ ເຫດຍິງທົດລອງລູກສອນໄພຂອງ ສປປ.ເກົາຫຼີ ແມ່ນໄພນາບຂູ່ຢ່າງຮ້າຍແຮງສຳລັບ ຍີ່ປຸ່ນ ແລະ ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ສ່ວນທ່ານປະທານາທິບໍດີ ອາເມລິກາ Donald Trump ໃນວັນທີ 14/05 ໄດ້ຮຽກຮ້ອງຈັດວາງບັນດາມາດຕະການລົງໂທດແຮງກ່ວາອີກສຳລັບ ສປປ.ເກົາຫຼີ ພາຍຫລັງ ພຽງຢ່າງ ດຳເນີນເຫດຍິງລູກສອນໄພໃມຕອນເຊົ້າວັນດຽວກັນ.