|
ຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi (ພາບ: YONHAP/TTXVN) |
ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ Kang Kyung wha ສະເໜີການຮ່ວມມືກັບທ່ານເລຂາທິການໃຫຍ່ Lim Jock Hoi ກໍ່ຄືກັບບັນດາປະເທດອາຊຽນ ເພື່ອສາມາດຊຸກຍູ້ການຮ່ວມມືລະຫວ່າງສ.ເກົາຫຼີ ແລະ ອາຊຽນ ໃນຫຼາຍຂົງເຂດຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ພະລັງງານ, ແຫຼ່ງຊັບພະຍາກອນນ້ຳ ແລະ ຄົມມະນາຄົມ.
ສ່ວນທ່ານເລຂາທິການໃຫຍ່ Lim Jock Hoi ກໍ່ຕີລາຄາສູງເຈດຈຳນົງຂອງລັດຖະບານ.ເກົາຫຼີ ເພື່ອແນໃສ່ສ້າງບາດລ້ຽວໃນການພົວພັນກັບອາຊຽນ ໂດຍຜ່ານນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່, ພ້ອມທັງສະແດງຄວາມຫວັງວ່າ, ການພົບປະຂັ້ນສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ເຊິ່ງດຳເນີນໃນວັນທີ 18 ກັນຍາ ຈະບັນລຸຜົນສຳເລັດຫຼາຍຢ່າງ.

