ການນຳ ສ ເກົາຫລີ Moon Jae-in ແລະ ການນຳ ສປປ ເກົາຫລີ Kim Jong un

ພາບ: ວາລະສານ Getty

ຕາມແຜນການ, ບັນດາເຫດການສຸດຍອດໃຫຍ່ ໃນນັ້ນ ມີການພົບປະຄັ້ງທຳອິດລະຫວ່າງການນຳ ສເກົາຫລີ ແລະ ສປປ ເກົາຫລີ ຈະໄດ້ອອກອາກາດສົດ.

ຄະນະຜູ້ແທນ ສເກົາຫລີ ຢ້ຽມຢາມ ສປປ ເກົາຫລີ ຄາດວ່າ ລວມມີປະມານ 200 ຄົນ. ປະທານາທິບໍດີ ສເກົາຫລີ ຈະຢ້ຽມຢາມ ພຽງຢາງ ແຕ່ວັນທີ 18 -20 ກັນຍາ, ການພົບປະສຸດຍອດຄັ້ງທີ 3 ກັບ ການນຳ ສປປ ເກົາຫລີ Kim Jong un ຈະປຶກສາຫາລືກ່ຽວກັບເລື່ອງປອດນິວເຄຼຍ ໃນແຫລມເກົາຫລີ ກໍ່ຄື ມາດຕະການປັບປຸງການພົວພັນລະຫວ່າງ ສເກົາຫລີ ແລະ ສປປ ເກົາຫລີ.