ສ.ເກົາຫຼີ,ຍີ່ປຸ່ນເຫັນດີປັບປຸງການພົວພັນ 2 ຝ່າຍ

(ພາບ: english.yonhapnews.co.kr)

ກ່າວຄຳເຫັນພາຍຫຼັງການພົບປະ, ທ່ານເອກອັກຄະລັດຖະທູດ Lee ໃຫ້ຮູ້ວ່າ ການຢ້ຽມຢາມລະຫວ່າງການນຳ 2 ຝ່າຍຈະໄດ້ຮັບການຟື້ນຟູຖ້າຫາກທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໄປຢ້ຽມຢາມ ຍີ່ປຸ່ນ ເພື່ອເຂົ້າຮ່ວມການພົບປະສຸດຍອດ 3 ຝ່າຍສ.ເກົາຫຼີ - ຈີນ - ຍີ່ປຸ່ນ ໃນເດືອນທັນວາ 2017 ຫຼື ໃນເດືອນ ມັງກອນ 2018 ເຊິ່ງໄດ້ຮັບການເຊື່ອມຕໍ່ດ້ວຍການຢ້ຽມຢາມສ.ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ເຂົ້າຮ່ວມງານມະຫາກຳກິລາລະດູໜາວ Pyeong Chang ໃນປີ 2018. ທ່ານ Lee ກໍ່ໃຫ້ຮູ້ວ່າ, ທ່ານ ແລະ ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ໄດ້ເຫັນດີນຳກັນເດີນຕາມບັນດາມາດຕະການຮ່ວມມືຢ່າງແທດຈິງ ເພື່ອນຳການພົວພັນລະຫວ່າງ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່, ກໍຄືຄວາມຈຳເປັນເພີ່ມທະວີການແລກປ່ຽນ ແລະ ຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ.