ສ.ເຊັກໂກ ສ້າງແຜນການຍົກຍ້າຍສະຖານທູດໄປຕັ້ງຢູ່ Jerusalem (ພາບປະກອບ: CNN) |
ຕາມທ່ານປະທານາທິບໍດີ Milos Zeman ແລ້ວ, ວິວັດການດັ່ງກ່າວ ຈະໄດ້ປະຕິບັດຕາມ 3 ບາດກ້າວ, ບາດກ້າວທຳອິດແມ່ນເປີດສະຫຼອງສະຖານກົງສູນກິດຕິມະສັກຢູ່ Jerusalem ໃນເດືອນໜ້າ ແລະ ຈາກນັ້ນແມ່ນບາງອົງການຈັດຕັ້ງຂອງ ເຊັກໂກ ຄືອົງການທ່ອງທ່ຽວ ຫຼື ການຄ້າ ກ່ອນທີ່ສະຖານທູດ ເຊັກໂກ ຈະຍ້າຍໄປຄັ້ງຢູ່ Jerusalem.
ໃນຖະແຫຼງການໄດ້ຍົກອອກໃນວັນດຽວກັນ, ກະຊວງການຕ່າງປະເທດ ເຊັກໂກ ຢືນຢັນວ່າ: ປີ 2017 ສ.ເຊັກໂກ ໄດ້ຍົກອອກທັດສະນະຂອງຕົນ ຮັບຮອງເອົາ Jerusalem ເປັນນະຄອນຫລວງຂອງ ອິດສະລາແອນ. ສະນັ້ນ ເຊັກໂກ ຕັດສິນໃຈເປີດສະຖານກົງສູນກິດຕິມະສັກໃນເດືອນ ພຶດສະພາ ແລະ ສູນແຫ່ງໜຶ່ງຂອງ ເຊັກໂກ ໃນທ້າຍປີ 2018 ຢູ່ Jerusalem ຕາເວັນຕົກ ເພືຶ່ອແນໃສ່ເພີ່ມທະວີການຮ່ວມມື 2 ຝ່າຍ.

