ສະພາບການຢູ່ Aleppo, ຊີຣີ ໃນວັນທີ 8/2/2023 ພາຍຫຼັງເກີດແຜ່ນດິນໄຫວ (ພາບ: THX/TTXVN)

ຢູ່ນະຄອນຫຼວງ Damascus ຂອງ ຊີຣີ ແລະ ແຂວງພາກເໜືອ Aleppo ກໍຮູ້ສຶກໄດ້ແຮງສັ່ນສະເທືອນດັ່ງກ່າວ. ຖັດຈາກນັ້ນ, ມີແຮງສັ່ນສະເທືອນແຜ່ນດິນໄຫວອື່ນ ທີ່ມີຄວາມແຮງ 3,4 ຣິກເຕີ ເກີດຂຶ້ນຢູ່ແຂວງແຄມທະເລ Latakia, ພາກຕາເວັນຕົກສ່ຽງເໜືອຂອງປະເທດນີ້. ຈຸດໃຈກາງຂອງແຜ່ນດິນໄຫວນີ້ ມີຄວາມເລິກ 46 Km ແລະ ຫ່າງຈາກນະຄອນ Latakia - ເມືອງເອກຂອງແຂວງ ປະມານ 50 Km. ປັດຈຸບັນ, ຍັງບໍ່ທັນມີຂໍ້ມູນຄວາມເສຍຫາຍກ່ຽວກັບຜູ້ຊົນ.

ພາກຕາເວັນຕົກສ່ຽງເໜືອ ຊີຣີ ແມ່ນເຂດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກເຫດແຜ່ນດິນໄຫວທີ່ມີຄວາມແຮງ 7,8 ຣິກເຕີ ແລະ ຕໍ່ຈາກນັ້ນແມ່ນແຮງສັ່ນສະເທືືອນຂອງແຜ່ນດິນໄຫວທີ່ເກີດຂຶ້ນຢູ່ພາກໃຕ້ ຕວກກີ ໃນວັນທີ 6 ກຸມພາ.