ງານວາງສະແດງດຶງດູດຜູ້ມາຊົມເປັນຈຳນວນຫຼາຍ (ພາບ: VOV)

ນີ້ແມ່ນງານວາງສະແດງພາບແຕ້ມສີນ້ຳໃຫຍ່ສຸດຢູ່ ຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ”.

ເມື່ອແບ່ງປັນກ່ຽວກັບແນວຄວາມຄິດຂອງງານວາງສະແດງ, ນັກແຕ້ມ ດ່າມຈວຽນມິງ, ຫົວໜ້າຄະນະຈັດຕັ້ງງານວາງສະແດງ ໃຫ້ຮູ້ວ່າ:

ງານວາງສະແດງແມ່ນການແລກປ່ຽນລະຫວ່າງວັດທະນະທຳນຳກັນ, ກ່ຽວກັບຫົວຂໍ້ ສີສັນວັດທະນະທຳ. ຂ້າພະເຈົ້າຢາກນຳໃຊ້ພາສາສິລະປະເພື່ອດຶງດູດຄວາມຮັກມັກສິລະປະຂອງມະຫາຊົນ ແລະ ສົ່ງເສີມບັນດານັກແຕ້ມ, ຜູ້ຊົມຊອກຮູ້ກ່ຽວກັບວັດທະນະທຳຫຼາຍກວ່າ. ພ້ອມດຽວກັນນັ້ນ, ງານວາງສະແດງໄດ້ດຳເນີນຢູ່ ວັນໝຽວ ກວັກຕືຢາມ - ເຊິ່ງເປັນສະຖານທີ່ທີ່ດີເພື່ອໃຫ້ຄົນ ຫວຽດ ແບ່ງປັນວັດທະນະທຳ, ປະຫວັດສາດກ່ຽວກັບປະເທດຊາດຂອງຕົນ ເຖິງນັກແຕ້ມຕ່າງປະເທດ”.

ໃນຂອບເຂດຂອງເຫດການດັ່ງກ່າວ, ຍັງມີລາຍການແຕ້ມ ຮ່າໂນ້ຍ - ນິງບິ່ງ ສຳລັບນັກແຕ້ມພາຍໃນ ແລະ ສາກົນ ຈະດຳເນີນແຕ່ວັນທີ 18 – 20 ມີນາ.