|
(ພາບ: AFP/TTXVN) |
ທ່ານປະທານາທິບໍດີ Bashar al Assad ຖືວ່າ, ສົງຄາມນີ້ຈະສິ້ນສຸດລົງກໍ່ຕໍ່ເມື່ອພວກເຮົາສາມາດດັບສູນພວກກໍ່ການຮ້າຍໄດ້ຢ່າວໝົດກ້ຽງ.
ກ່າວຄຳເຫັນທີ່ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດອີຣານ ໂດຍທ່ານຫົວໜ້າກຳມາທິການປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ນະໂຍບາຍການຕ່າງປະເທດສະພາແຫ່ງຊາດອີຣານ, ທ່ານ Mojtaba Zonnouri ນຳໜ້າ ທີ່ພວມຢ້ຽມຢາມນະຄອນຫຼວງ Damascus, ທ່ານປະທານາທິບໍດີ Assad ໄດ້ເນັ້ນໜັກເຖິງເລື່ອງດັບສູນພວກກໍ່ການຮ້າຍໃຫ້ໝົດກ້ຽງນັ້ນແມ່ນວິທີໜຶ່ງດຽວເພື່ອສິ້ນສຸດສົງຄາມ. ການຕໍ່ສູ້ໂດຍຊີຣີ ແລະ ບັນດາປະເທດເພື່ອນມິດປຸກລະດົມເພື່ອແນໃສ່ຕ້ານຄືນບັນດາຄວາມມັກໃຫຍ່ໄຝ່ສູງທະເຍີທະຍານຂອງຝ່າຍຕາເວັນຕົກ ແລະ ບັນດາປະເທດລ່າເມືອງຂຶ້ນຈະສືບຕໍ່ດຳເນີນຈົນຮອດເມື່ອໃດບັນລຸໄດ້ເປົ້າໝາຍດັ່ງກ່າວ.
ສ່ວນທ່ານ Zonnouri ຢືນຢັນວ່າ, ອີຣານ ແລະ ຊີຣີ ພວມຢູ່ໃນສະໜາມຮົບດຽວກັນ ແລະ ເຕເຮຣານ ຈະຕັດສິນໃຈຢ່າງເດັດດ່ຽວເພື່ອປົກປ້ອງບັນດາຜົນປະໂຫຍດຂອງຕົນ, ກໍຄືຂອງບັນດາສຳພັນທະມິດຢູ່ພາກພື້ນ.

