ຄະນະຜູ້ແທນຫວຽດນາມ ຮູ້ສຶກດີໃຈທີ່ສຸດເມື່ອ UNESCO ຮັບຮອງສິລະປະຂັບຈ່ອຍຂອງຫວຽດນາມກາຍເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຕາງຫນ້າຂອງມວນມະນຸດ

ອົງການ UNESCOໄດ້ຮັບຮອງເອົາມໍລະດົກສິລະປະຂັບຈ່ອຍພາກກາງ ຫວຽດນາມ ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ແມ່ນວັດຖຸຕາງຫນ້າຂອງມວນມະນຸດ.

ຕາມຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ແມ່ນວັດຖຸແລ້ວ, ສິລະປະຂັບຈ່ອຍ ພາກກາງຫວຽດນາມ ຕອບສະຫນອງຄົບມາດຖານແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸຕາງຫນ້າຂອງມວນມະນຸດ.

ເລື່ອງ UNESCO ຮັບຮອງເອົາສິລະປະຂັບຈ່ອຍ ພາກກາງຫວຽດນາມ ເປັນການຢັ້ງຢືນສີສັນວັດທະນະທຳທີ່ອຸດົມສົມບູນຂອງຊາດຫວຽດນາມ.

ໄລ່ມາຮອດປະຈຸບັນ, ຫວຽດນາມ ມີມໍລະດົກວັດທະນະທຳບໍ່ແມ່ນວັດຖຸ ໂດຍ UNESCO ຮັບຮອງເອົາ ແມ່ນ 11 ມໍລະດົກ ໃນນັ້ນ ມີ 10 ມໍລະດົກວັດທະນະທຳບໍ່ແມ່ນວັດຖຸທີ່ຕາງຫນ້າຂອງມວນມະນຸດ.