ວັນທີ 18 ກໍລະກົດ, ກົມກອງຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການນະຄອນ ໂຮ່ຈີມິນ ໄດ້ພົບເຫັນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຕື່ມອີກ 4 ອັດຖິ ພ້ອມກັບວັດຖຸຝັງໄປພ້ອມຢູ່ສວນສາທາລະນະ ເລທິຣຽງ, ນະຄອນ ໂຮ່ຈີມິນ.
ສະນັ້ນ, ໄລ່ຮອດປະຈຸບັນ, ກຳລັງທີ່ມີໜ້າທີ່ໄດ້ຊອກຫາ ແລະ ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດລວມ 100 ອັດຖິ, 2 ເຂດຝັງສົບລວມ ພ້ອມກັບວັດຖຸຝັງໄປພ້ອມຫຼາຍຢ່າງຢູ່ເຂດສວນສາທາລະນະ ເລທິຣຽງ. ກອງບັນຊາການນະຄອນ ໂຮ່ຈີມິນ ພວມສົມທົບກັບໂຮງໝໍເສນາຮັກ 175 ເກັບເອົາຕົວຢ່າງ ADN ຈາກບັນດາອັດຖິ, ພ້ອມກັນນັ້ນເກັບເອົາຕົວຢ່າງຂອງຍາດຕິພີ່ນ້ອງເພື່ອປຽບທຽບ, ຢັ້ງຢືນຊື່ ແລະ ນາມສະກຸນ. ໃນໄລຍະຈະມາເຖິງ, ກຳລັງຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຈະສືບຕໍ່ເປີດກວ້າງຂອບເຂດຊອກຫາ.
ການເຄື່ອນໄຫວດັ່ງກ່າວແມ່ນຂຶ້ນກັບ “ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ” ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ. ບັ້ນເຄື່ອນໄຫວໄດ້ຈັດຂຶ້ນແຕ່ວັນທີ 15 ມີນາ 2026 ຮອດວັນທີ 27 ກໍລະກົດ 2027, ໂດຍວາງອອກເປົ້າໝາຍທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດປະທານ 7.000 ອັດຖິ ແລະ ຢັ້ງຢືນຊື່ ແລະ ນາມສະກຸ່ນຈາກ 18.000 ຕົວຢ່າງ.
