ໃນການຢ້ຽມຢາມ ຝລັ່ງ, ສັນຕະປາປາ Leo XIV ຈະສືບຕໍ່ຊຸກ​ຍູ້ການ​ສ້າງ​ບັນ​ດາ​ຫຼັກເກນ​ສາ​ກົນ​ຕໍ່ກັບ​ການ​ພັດ​ທະ​ນາປັນຍາປະດິດ (AI), ພ້ອມ​ກັນ​ນັ້ນ ກໍ່ສະເໜີທັດສະນະກ່ຽວກັບອະນາຄົດຂອງ ເອີລົບ. ສັນຕະປາປາ Leo XIV ໄດ້ເປັນປະທານໃນພິທີອະທິຖານພາວະນາຢູ່​ໂບດ Notre-Dame de Paris. ຄາດ​ວ່າ​ ມີປະມານ 600.000 ຄົນໄດ້ຈົດທະບຽນເຂົ້າຮ່ວມ.

ການໄປຢ້ຽມຢາມ ຝລັ່ງ ແມ່ນໜຶ່ງໃນ​ບັນ​ດາ​ການ​ເຄື່ອນ​ໄຫວທາງການທູດທີ່ ໜ້າ​ສົນ​ໃຈຄັ້ງທຳອິດຂອງ ສັນຕະປາປາ Leo XIV ຢູ່ ເອີ​ລົບ.