|
(ພາບ: AFP/TTXVN) |
ສັນຕະປະປາ Francis ໄດ້ຝາກຄຳອວຍພອນບຸນປີໃໝ່ປະຈຳຊາດ ເຖິງປະຊາຊົນທະວີບ ອາຊີ ແລະ ບາງສະຖານທີ່ໃນໂລກທີ່ພວມກະກຽມຕ້ອນຮັບບຸນປີໃໝ່ຕາມຈັນທະປະຕິທິນ ໃນວັນທີ 15 ກຸມພາຈະມາເຖິງ. ໃນສານອວຍພອນເມື່ອວັນທີ 11 ກຸມພາ ຢູ່ສຳນັກ Vantican, ສັນຕະປະປາ Francis ໄດ້ຝາກຄຳອວຍພອນເຖິງປະຊາຊົນທຸກຄົນຢູ່ ອາຊີ ແລະ ສະຖານຫຼາຍແຫ່ງໃນໂລກ. ສັນຕະປະປາ ອວຍພອນໃຫ້ທຸກໆຄົນຍາມໃດກໍ່ມີຄວາມສາມັກຄີ ແລະ ເຕັມໄປດ້ວຍບັນດາຄວາມໄຝ່ຝັນອັນດີງາມເພື່ອປະກອບສ່ວນສ້າງສັງຄົມ ເຊິ່ງໃນນັ້ນທຸກຄົນລ້ວນແຕ່, ໄດ້ປົກປັກຮັກສາ, ໄດ້ຮັບການສົ່ງເສີມ ແລະ ໄດ້ເຊື່ອມໂຍງ. ສັນຕະປະປາ Francis ສະແດງໃຫ້ເຫັນການຮ່ວມເດີນທາງ ແລະ ພາວະນາຂໍສິ່ງທີ່ດີໃຫ້ແກ່ປະຊາຊົນ ທີ່ຢູ່ບັນດາປະເທດພວມກະກຽມຕ້ອນຮັບບຸນເຕັດ.

