ທີ່​ການ​ຖະ​ແຫຼງ​ການ​ປະ​ຈຳ​ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 15 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ໂດຍ​ຕອບ​ສຳ​ພາດ​​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເໜີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ ຕໍ່​ບົດ​ລາຍ​ງານ​ທ້າຍ​ປີ 2026 ກ່ຽວ​ກັບ​ສະ​ພາບ​ການ​ ການ​ຄ້າ​ມະ​ນຸດ​ໃນ​ທົ່ວ​ໂລກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ທີ່​ປະ​ກາດ​ໃນ​ວັນ​ທີ 9 ຕຸ​ລາ, ໃນ​ນັ້ນ​ມີ​ເນື້ອ​ໃນກ່ຽວ​ຂ້ອງເຖິງ ຫວຽດ​ນາມ, ທ່ານນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່ງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ.

ຫ​ວຽດ​ນາມ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຝ່າຍ ອາ​ເມ​ລິ​ກາ ​ທີ່ມີ​ການ​ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ ກ່ຽວ​ກັບ​ໝາກ​ຜົນ​ທີ່ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ໃນ​ກາ​ນ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ​ໃນ​ໄລ​ຍະ​ຜ່ານ​ມາ. ຫວຽດ​ນາມ ໄດ້ ແລະ ພວມ​ຍູ້​ແຮງວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ, ​ພົ້ນ​ເດັ່ນ​ແມ່ນ​ການ​ປະ​ກາດ​ໃຊ້ ແລະ ຜັນ​ຂະ​ຫຍາຍ​ໂຄງ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າ​ມະ​ນຸດ​ໃນ​ໄລ​ຍະ 2026 – 2030 ແລະ ​ການກຳ​ນົດ​ທິດ​ຮອດ​ປີ 2035.