ໂດຍແມ່ນແຂວງເຂດພູສູງທາງທິດຕາເວັນອອກສ່ຽງເໜືອຂອງ ປະເທດຊາດ, ລາຍເຈົ້າເຕົ້າໂຮມຫຼາຍທ່າໄດ້ປຽບກ່ຽວກັບພະລັງງານທົດແທນ, ການທ່ອງທ່ຽວຊີວະພາບ - ວັດທະນະທຳ, ກະສິກຳນຳໃຊ້ເຕັກໂນໂລຢີສູງ ແລະ ຢາສະໝູນໄພອັນລ້ຳຄ່າໃນປ່າໄມ້. ບົນພື້ນຖານປັບປຸງແຜນກຳນົດໄລຍະ 2021 – 2030, ວິໄສທັດຮອດປີ 2050, ລາຍເຈົ້າມີຄວາມຄາດຫວັງກາຍເປັນສະຖານທີ່ນັດພົບແຫ່ງການລົງທຶນສີຂຽວຂອງເຂດທາງທິດຕາເວັນຕົກສ່ຽງເໜືອ ຕິດພັນກັບເປົ້າໝາຍພັດທະນາໂດຍໄວ ແລະ ຍືນຍົງ. ຢູ່ກອງປະຊຸມ, ທາງແຂວງລາຍເຈົ້າໄດ້ມອບຂໍ້ຕົກລົງ 19 ສະບັບເຫັນດີຕໍ່ແຜນນະໂນຍາຍລົງທຶນກໍ່ສ້າງໂຄງການໃຫ້ແກ່ 18 ນັກລົງທຶນ. ກ່າວຄຳເຫັນນະທີ່, ທ່ານນາງຮອງນາຍົກລັດຖະມົນຕີ ຟ້າມທິແທັງຈ່າ ເນັ້ນໜັກວ່າ:
“ເຫດການມອບຂໍ້ຕົກລົງແຜນນະໂຍບາຍລົງທຶນໃຫ້ແກ່ 19 ໂຄງການ ແລະ ເຊັນບົນບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມື 17 ສະບັບແມບັບສິ່ງສຳຄັນປະກອບສ່ວນກໍ່ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການບຸກທະລຸຂອງລາຍເຈົ້າ. ສູນກາງພັກ, ສະພາແຫ່ງຊາດ, ລັດຖະບານຍາມໃດກໍ່ຮ່ວມເດີນທາງ, ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກທີ່ສຸດເພື່ອໃຫ້ລາຍເຈົ້າພັດທະນາສີຂຽວ, ອັດສະລິຍະ ແລະ ຍືນຍົງ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມມຸ່ງຫວັງບືນຕົວຂຶ້ນຢ່າງແຮງ, ຈິດໃຈສາມັກຄີ, ປ່ຽນແປງໃໝ່, ປະດິດຄິດສ້າງ, ພ້ອມກັບການຮ່ວມເດີນທາງຂອງລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງ ແລະ ປະຊາຄົມວິສາຫະກິດ, ທາງແຂວງ ລາຍເຈົ້າຈະພັດທະນາໂດຍໄວ, ຍືນຍົງກວ່າ, ກາຍເປັນ
