ເມື່ອ​ຕອບ​ສຳ​ພາດ​ຕໍ່​ວົງ​ການ​ສື່ມວນ​ຊົນ ເນື່ອງ​ໃນ​ໂອ​ກາດ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສ​ິ້ນ​ສຸດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48 ຢູ່ Cebu (ຟີ​ລິບ​ປິນ) ແຕ່​ວັນ​ທີ 07 – 8 ພຶດ​ສະ​ພາ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ດັ້ງ​ຮ​ວ່າງ​ຢາງ ໃຫ້​ຮູ້​ວ່າ ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48 ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ ດ້ວຍຫຼາຍ​ໝາກ​ຜົນ​ທີ​່​ສຳ​ຄັນ ແລະ ແທດ​ຈິງ. ບັນ​ດາ​ການ​ນຳ ອາ​ຊຽນ ກໍ​ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ​ກ່ຽວ​ກັບຫຼາຍ​ມາດ​ຕະ​ການ​ຮັບ​ມື​ຢ່າງ​ຮອບ​ດ້ານ ແລະ ກວມ​ລ​ວມ, ໃນ​ໄລ​ຍະ​ສັ້ນ ກໍ​ຄື​ໃນ​ໄລ​ຍ​ະ​ຍາວ, ໃນ​ທຸກ​ເສົາ​ຄ້ຳ, ນັບ​ແຕ່​ດ້ານ​ການ​ເມືອງ - ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ ຕະຫຼອດ​ຮອດ ວັດ​ທະ​ນະ​ທຳ - ສັງ​ຄົມ ແລະ ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ປອດ​ໄພ​ໃຫ້​ແກ່​ປະ​ຊາ​ຊົນ ອາ​ຊຽນ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ດັ້ງ​ຮ​ວ່າງ​ຢາງ ຢືນ​ຢັນ​ວ່າ:

“ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ ອາ​ຊຽນ ດ້ວຍ​ຖາ​ນະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເປັນ​ຄັ້ງ​ທຳ​ອິດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ວາງ​ອອກຫຼາຍ​ຂໍ້​ສະ​ເໜີ, ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ມາດ​ຕະ​ການ​ລວມ​ຂ​ອງ ອາ​ຊຽນ. ບັນ​ດາ​ປະ​ເທດ​ກໍ​ມ​ີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ຂໍ້​ສະ​ເໜີ​ຂອງ ຫວຽດ​ນາມ ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ຕິ​ບັດ​ຄຳ​ໝັ້​ນ​ສັນ​ຍາ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ, ນ້ຳ​ມັນ​ອາຍ​ແກັດ ແລະ ນ້ຳ​ມັນ​ເຊື້ອ​ໄຟ; ປະ​ຕ​ິ​ບັ​ດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ຄ້າ​ພາຍ​ໃນ​ກຸ່ມ, ຍົກ​ເລີກ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ​ໃນ ອາ​ຊຽນ ກໍ​ຄື ເປີດກວ້າງ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ຂອງ ອາ​ຊຽນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື”.

ໃນ​ການ​ພົບ​ປະ​ສອງ​ຝ່າຍ​ຢູ່ນອກກອງ​ປະ​ຊຸມ ກໍ​ໄດ້​ສົ່ງ​ສານ​ກ່ຽວ​ກັບ​ປະ​ເທດ ຫວຽດ​ນາມ ທີ່​ຂະ​ຫຍັນ​ຂັນ​ເຄື່ອນ, ນະ​ວັດ​ຕະ​ກຳ, ເຊື່ອມ​ໂຍງ ແລະ ບືນ​ຕົວ​ຂຶ້​ນ​ຢ່າງ​ແຮງ, ເປີດ​ອອກ​ບັນ​ດາ​ປະ​ຖົມ​ປັດ​ໄຈ​ທີ່​ສະ​ດວກ​ນຳ​ສາຍ​ພົວ​ພັນ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາກວ່າ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.