ທ່ານປະທານາທິບໍດີ ຊີຣີ Bashar Al Assad (ພາບ: AFP/TTXVN)

ຖະແຫຼງການດັ່ງກ່າວ ໂດຍທ່ານປະທານາທິບໍດີ ຊີຣີ Bashar Al Assad ຍົກອອກມາໃນຂອບເຂດການພົບປະກັບທ່ານ ເຈິ໊ນແຊວຕຸງ ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຈີນ ຢູ່ນະຄອນຫລວງ Damascus. ທ່ານປະທານາທິບໍດີ Bashar Al Assad ຖືວ່າ: ສົງຄາມຢູ່ ຊີຣີ ໄດ້ຫັນປ່ຽນພາຍໃຕ້ຮູບການໃໝ່ ກາຍເປັນສົງຄາມເສດຖະກິດ ແລະ ປິດລ້ອມ. ແທນທີ່ການເຈລະຈາ, ບັນດາກຳລັງຕ່າງປະເທດນຳໃຊ້ວິທີສຳຜັດອື່ນຄື: ຕັດຂາດການພົວພັນ, ຖອນເອກອັກຄະລັດຖະທູດ, ປິດລ້ອມເສດຖະກິດ ແລະ ນຳໃຊ້ທັງລັດທິກໍການຮ້າຍ. ທ່ານປະທານາທິບໍດີ Bashar Al Assad ກໍ່ພັນລະນາກຳລັງຝ່າຍຄ້ານ ແລະ ກຳລັງອິດສະລາມຫົວຮຸນແຮງເປັນບັນດາເປົ້າໝາຍກໍການຮ້າຍ.

ອາເມລິກາ ແລະ ສະຫະພາບ ເອີຣົບ (ອີຢູ) ໄດ້ຈັດວາງບັນດາມາດຕະການລົງໂທດສຳລັບບັນດາເຈົ້າໜ້າທີ່ ຊີຣີ ນັບແຕ່ເມື່ອການປະທະກັນເກີດຂຶ້ນຢູ່ປະເທດນີ້ເມື່ອປີ 2011. ຫລາຍປະເທດໄດ້ປິດປະຕູສະຖານທູດຢູ່ Damascus, ໃນຂະນະນັ້ນ ບາງປະເທດຖອນກຳລັງທະຫານຫລຸດຜ່ອນການມີໜ້າຢູ່ ຊີຣີ.