ຕອນ​ບ່າຍ​ວັນ​ທີ 04 ມິ​ຖຸ​ນາ, ເມື່ອ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ໃນ​ວາ​ລະ​ໄຂ​ເວ​ທີ​ປາ​ໄສ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ການ ຟ້າມ​ຢາ​ຕຸກ ໄດ້​ສະ​ເໜີ 3 ການກຳ​ນົດ​ທິດ​ທາງ​ກາ​ນ​ຮ່ວມ​ມື​ໃຫຍ່ ແນ​ໃສ່​ຮັບ​ປະ​ກັນ​ອະ​ນາ​ຄົດ​ທີ່​ໝັ້ນ​ທ່ຽງ​ໃຫ້​ແກ່​ພາກ​ພື້ນ ແລະ ໂລກ. ທີ​ໜຶ່ງ​ແມ່ນ, ບັນ​ດາ​ປະ​ເທດ​ຕ້ອງ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ແທນ​ທີ່​ການ​ແບ່ງ​ແຍກ; ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ການ​ຄ້າ ແລະ ການ​ລົງ​ທຶນ​ເສ​ລີ, ເປີດ, ຈະ​ແຈ້ງ, ກວມ​ລວມ ແລະ ອີງ​ໃສ່​ກົດ​ໝາຍ​ສາ​ກົນ; ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ເຂົ້າ​ເຖິງ​ບັນ​ດາ​ປັດ​ໄຈ​ຕະຫຼາດ, ​ເຕັກ​ໂນ​ໂລ​ຢີ ແລະ ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​ຢ່າງ​ຍຸ​ຕິ​ທຳກວ່າ. ທີ​ສອງ​ແມ່ນ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ມື​ຕໍ່​ບັນ​ດາ​ການ​ຜັນ​ແປ​ຢ່າງວ່ອງ​ໄວ​ຂອງ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ. ບັນ​ດາ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ, ພິ​ເສດ​ແມ່ນ​ປັນ​ຍາ​ປະ​ດິດ, ຕ້ອງ​ກາຍ​ເປັນ​ກຳ​ລັງ​ໜູນ​ຍົກ​ສູງ​ສະ​ມັດ​ຕະ​ພາບ, ຊຸກ​ຍູ້​ການ​ນະ​ວັດ​ຕະ​ກຳ ແລະ ​ການພັດ​ທະ​ນາ​ແບບກວມ​ລວມ, ແທນ​ທີ່​ສ້າງ​ອອກ​ບັນ​ດາ “ເສັ້ນ​ພົມ​ແດນ​ເຕັກ​ໂນ​ໂລ​ຢີ” ໃໝ່. ທີ​ສາມ​ແມ່ນ, ຍົກ​ສູງ​ລັກ​ສະ​ນະ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ຄວາມ​ສາ​ມາດ​ຮັບ​ມື​ຕໍ່​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ.

ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ ຟ້າມ​ຢາ​ຕຸກ ໄດ້​ເຮັດ​ວຽກ​ກັບ​ທ່ານ Alexander Novak, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ, ທ່ານ Alexander Beglov ເຈົ້າ​ຄອງ​ນະ​ຄອນ Saint Petersburg. ກ່ອນ​ໜ້າ​ນັ້ນ, ຕອນ​ເຊົ້າ​ວັນ​ທີ 04 ມິ​ຖຸ​ນາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ໄປ​ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສອນ​ສະ​ຖານ​ປະ​ທານ ໂຮ່​ຈີ​ມິນ ຕັ້ງ​ຢູ່​ສະ​ໜາມຫຼວງ ໂຮ່​ຈີ​ມິນ ທີ່ນະ​ຄອນ Saint Petersburg.