|
(ພາບ: Yonhap/TTXVN) |
ວັນທີ 2 ເມສາ, ສປປ ເກົາຫຼີ ຕຳໜິຕິຕຽນ ບັນດາການເຈລະຈາຮ່ວມມືດ້ານປ້ອງກັນຊາດລະຫວ່າງ ອາເມລິກາ, ສ. ເກົາຫຼີ ແລະ ຍີ່ປຸ່ນ, ຖືວ່າ, ການຮ່ວມມືຄືແນວນັ້ນຈະພາໄປເຖິງການສູ້ຢັນ ແລະ ສົງຄາມ. ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (KCNA) ມີບົດວິຈານ, ໃນນັ້ນໄດ້ຊີ້ແຈ້ງວ່າ: “ການພົບປະກ່ຽວກັບດ້ານຄວາມໝັ້ນຄົງ ຄັ້ງທີ 10 ທີ່ເດີນຕາມຄາດໝາຍປະຕິບັດແຜນການຂອງ ອາເມລິກາ ຫັນບັ້ນຮົບປິດລ້ອມດ້ວຍກຳລັງທະຫານເຮືອ ສຳລັບ ສປປ ເກົາຫຼີ ຂຶ້ນລະດັບສາກົນ”. ຕາມ KCNA ແລ້ວ, ເລື່ອງ ເຊີອູນ ຮ່ວມມືກັບບັນດາກຳລັງຕ່າງປະເທດ “ອາດຈະພາໄປເຖິງການສູ້ຢັນ ແລະ ສົງຄາມ”, ພ້ອມທັງ ຖືວ່າ: ປະຈຸບັນ ແມ່ນຈຸດເວລາ “ປະຕິເສດການຮ່ວມມືກັບບັນດາກຳລັງຕ່າງປະເທດ, ເຂົ້າຮ່ວມທ່າອ່ຽງປັບປຸງການພົວພັນລະຫວ່າງ 2 ພາກເກົາຫຼີ ”.

