ທະຫານ ສ ເກົາຫຼີ ຢູ່ປ້ອມກວດກາໃນເສັ້ນທາງພາໄປເຖິງເຂດອຸດສາຫະກຳ Kaesong

(ພາບ: AFP/TTXVN)

ຂໍ້ຕົກລົງທີ່ໄດ້ລົງນາມໃນເຊັນເດືອນ ມິຖຸນາ ປີ 2000 ແມ່ນພື້ນຖານໃຫ້ແກ່ຄວາມປອງດອງ ແລະ ທ້ອນໂຮມປະເທດຊາດເປັນເອກະພາບກໍ່ຄືຈຸດເລີ່ມຕົ້ນເພື່ອແກ້ໄຂບັນຫາໃນການພົວພັນລະຫວ່າງ 2 ຝ່າຍ. ຜົນສັດສິດ ແລະ ຜົນກະທົບຂອງຂໍ້ຕົກລົງນີ້ສຳລັບທຸກໆຄົນໃນແຫຼມ ເກົາຫຼີ ໄດ້ພິສູດໃນສະພາບຕົວຈິງແລ້ວ. ດັ່ງນັ້ນ, ເລື່ອງປະຕິບັດຖະແຫຼງການຮ່ວມແມ່ນວິທີປັບປຸງການພົວພັນລະຫວ່າງ 2 ປະເທດ ເພື່ອແນໃສ່ບັນລຸສັນຕິພາບ ແລະ ຄວາມວັດທະນະຖາວອນ.