ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ແລະ ການນຳເກົາຫຼີ Kim Jong-un ພາບ: Reuters

ໂຄສົກກະຊວງການຕ່າງປະເທດ ອາເມລິກາ ທ່ານ Heather Nauert ໃຫ້ຮູ້ວ່າ: 2 ຝ່າຍໄດ້ສ້າງຕັ້ງຊ່ອງທາງປຶກສາຫາລືແນໃສ່ແກ້ໄຂ “ບັນດາບັນຫາຫຼັກແຫຼ່ງ”, ໃນນັ້ນ ລວມມີການຕີລາຄາບັນດາຄວາມມານະພະຍາຍາມ ແນໃສ່ບັນລຸໄດ້ການປອດນິວເຄຼຍ. ນອກຈາກບັນຫານິວເຄຼຍແລ້ວ, ບັນດາການປຶກສາຫາລືຂອງທ່ານ Mike Pompeo ກັບເຈົ້າໜ້າທີ່ ສປປ.ເກົາຫຼີ ລວມມີເລື່ອງນຳອັດຖິພົນທະຫານ ອາເມລິກາ ກັບເມືອປະເທດ, ເຊິ່ງແມ່ນຜູ້ທີ່ເສຍຊີວິດໃນສົງຄາມເກົາຫຼີ 1950 – 1953.