ນີ້ແມ່ນຄຳຖະແຫຼງຂອງໂຄສົກກະຊວງການຕ່າງປະເທດ ສປປ.ເກົາຫຼີ ທີ່ລົງໃນເວັບໄຊສຳນັກຂ່າວສານສູນກາງ (KCNA) ໃນວັນທີ 31 ສິງຫາ. ໂຄສົກທ່ານນີ້ໃຫ້ຮູ້ວ່າ ເລື່ອງກອງທັບ ອາເມລິກາ ປະກາດແຜນການຈັດການຊ້ອມຮົບຮ່ວມນາໆເຂດພາກ Freedom Edge ລະຫວ່າງ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ ແມ່ນການກະທຳໄດ້ຮັບຖືວ່າແມ່ນໄພນາບຂູ່ຕໍ່ ສປປ.ເກົາຫຼີ ກໍຄືບັນດາປະເທດອື່ນຢູ່ພາກພື້ນ, ພ້ອມທັງກ່າວປະນາມ ວໍຊິງຕັນ “ມີການກະທຳເກາະຜິດດ້ານການທະຫານຢ່າງຕໍ່ເນື່ອງແນໃສ່ ພຽງຢາງ, ໃນນັ້ນມີບັນດາການເຄື່ອນໄຫວສອດແນມທາງອາກາດ”. ໂຄສົກກະຊວງການຕ່າງປະເທດ ສປປ.ເກົາຫຼີ ກໍ່ຢືນຢັນຄືນໃໝ່ນະໂຍບາຍຂອງປະເທດນີ້ໃນເລື່ອງ ເດດດຽວໂຕ້ຕອບດ້ວຍທ່າທີແຂງກະດ້າງທີ່ສຸດຕໍ່ “ນະໂຍບາຍເປັນປໍລະປັດ” ຂອງ ອາເມລິກາ ສຳລັບ ສປປ.ເກົາຫຼີ.
