ທ່ານປະທານາທິບໍດີ ອາເມລິກາ Donald Trum ແລະ ການນຳ ສປປ.ເກົາຫຼີ Kim Jong-un (ພາບ: France 24)

ຕາມວົງການນັກໄຈ້ແຍກແລ້ວ, ການກຳນົດເວລາສຸດທ້າຍ ເພື່ອໃຫ້ ອາເມລິກາ ປ່ຽນແປງຄຳຮຽກສິດໃນການເຈລະຈາປອດນິວເຄຼຍ, ລ້ວນແຕ່ສະແດງໃຫ້ເຫັນວ່າ ພຽງຢາງ ບໍ່ ຮັບຮູ້ຂໍ້ສະເໜີກ່ຽວກັບ “ຂໍ້ຕົກລົງໃຫຍ່” ທີ່ຮຽກຮ້ອງໃຫ້ ສປປ.ເກົາຫຼີ ມີມາດຕະການແກ້ໄຂໃຫ້ແກ່ໂຄງການນິວເຄຼຍ, ລູກສອນໄຟ ແລະ ບັນດາໂຄງການອາວຸດອື່ນທັງໝົດ ເພື່ອແລກເອົາບໍ່ວ່າບຸລິມະສິດໃດໆ, ກໍ່ຄືເລື່ອງຍົກເລີກຄຳສັ່ງລົງໂທດ.