ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ Kim Jong-un ພາບ: AFP/TTXVN

ຄຳຮຽກຮ້ອງດັ່ງກ່າວ ໄດ້ຍົກອອກມາໃນສະພາບການທີ່ ວໍຊິງຕັນ ແລະ ພຽງຢາງ ພວມດຳເນີນບັນດາການເຈລະຈາ ເພື່ອກະກຽມຈັດຕັ້ງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2.

ບົດຂຽນເນັ້ນໜັກວ່າ: ອາເມລິກາ ຄວນຕອບໂຕ້ຕໍ່ໃຫ້ ສປປ.ເກົາຫຼີ ດ້ວຍການກະທຳແທດຈິງຢ່າງເໝາະສົມ ແລະ ມີບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ການພົວພັນລະຫວ່າງ 2 ປະເທດຈະພັດທະນາຢ່າງວ່ອງໄວ ແລະ ດີງາມກ່ວາ ໂດຍຜ່ານວິວັດການຊອກຫາບັນດາມາດຕະການທີ່ມີລັກສະນະບຸກທະລຸ ແລະ ແນ່ນອນກ່ວາ.