ປະທານາທິບໍດີ ສ.ເກົາຫຼີ Moon Jae-in ພົບປະກອບປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN) |
ໜັງສືພິມລາຍວັນ Rodong Sinmun ສຽງຂອງພັກແຮງງານ ສປປ.ເກົາຫຼີ ສະບັບອອກວັນທີ 02 ກໍລະກົດ ລົງພິມບົດນຳທີ່ຖືວ່າ ວົງການເຈົ້າໜ້າທີ່ຢູ່ Seoul ຄວນຮັກສາຫຼັກໝັ້ນເອກະລາດ ແລະ ຢຸດຕິການແຊກແຊງຂອງ ອາເມລິກາ ເຂົ້າບັນຫາທ້ອນໂຮມປະເທດຊາດເປັນເອກະພາບຄືນໃໝ່. ບົດນຳເນັ້ນໜັກວ່າ ອາເມລິກາ ບໍ່ມີເຫດຜົນໃດເພື່ອແຊກແຊງເຂົ້າການພົວພັນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ, ກໍ່ຄືບັນຫາທ້ອນໂຮມປະເທດຊາດເປັນເອກະພາບຄືນໃໝ່ ດ້ວຍຂໍ້ອ້າງ “ໄພນາບຂູ່ນິວເຄຼຍ” ຂອງ ສປປ.ເກົາຫຼີ.

