ການນໍາ Kim Jong-un ໄດ້ຊີ້ນໍາຢູ່ພື້ນທີ່ທົດລອງລະບົບຍິງລູກປືນໃຫຍ່ໃນວັນທີ 10 ກັນຍາ (ພາບ: Yonhap/TTXVN)

ສໍານັກຂ່າວສານສູນກາງ ສປປ.ເກົາຫຼີ KCNA ໃຫ້ຮູ້ວ່າ ການນໍາ Kim Jong-un ໄດ້ຊີ້ນໍາຢູ່ພື້ນທີ່ທົດລອງລະບົບຍິງລູກປືນໃຫຍ່ໃນວັນທີ 10 ກັນຍາ.

ວັນທີ 10 ກັນຍາ, ສປປ.ເກົາຫຼີ ໄດ້ຍິງວັດຖຸບິນໄລຍະສັ້ນ 2 ລູກ ອອກສູ່ທະເລຂອງຍີ່ປຸ່ນ ພຽງແຕ່ 2 – 3 ຊົ່ວໂມງ ພາຍຫຼັງທີ່ ພຽງຢາງ ສະແດງຄວາມພ້ອມເຊື່ອມຕໍ່ການເຈລະຈາປອດນິວເຄຼຍ ທີ່ຖືກຢຸດສະງັກກັບ ອາເມລິກາ ຄືນໃໝ່ໃນທ້າຍເດືອນ ກັນຍານີ້. ນີ້ແມ່ນເຫດທົດລອງອາວຸດຄັ້ງທີ 10 ຂອງ ສປປ.ເກົາຫຼີ ນັບແຕ່ຕົ້ນປີ 2019 ມາຮອດປັດຈຸບັນ.