ການຊ້ອມຮົບຮ່ວມລະຫວ່າງ ສ.ເກົາຫຼີ ແລະ ອາເມລິກາ ໄດ້ກໍ່ສິ່ງກີດຂວາງຕໍ່ການເຈລະຈາລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ, ເພາະສະນັ້ນ ສປປ.ເກົາຫຼີ ຈະບໍ່ຕິດຕໍ່ພົວພັນກັບ ສ.ເກົາຫຼີ ແລະ ບໍ່ເຈລະຈາກັບປະເທດນີ້, ເວັ້ນເສຍແຕ່ກໍລະນີ ເຊີອູນ ອະທິບາຍກ່ຽວກັບ ການຊ້ອມຮົບທີ່ພວມດໍາເນີນກັບ ອາເມລິກາ ຢ່າງສົມເຫດສົມຜົນ. ນີ້ແມ່ນຄໍາຖະແຫຼງທີ່ໄດ້ຍົກອອກມາໃນວັນທີ 11 ສິງຫາ ຂອງທ່ານ Kwon Jong-gun ຫົວໜ້າກົມໃຫຍ່ ຮັບຜິດຊອບກ່ຽວກັບ ອາເມລິກາ ຂຶ້ນກັບ ກະຊວງການຕ່າງປະເທດ ສປປ.ເກົາຫຼີ ໂດຍສໍານັກຂ່າວສານ KCNA ເອົາລົງໃນເວັບໄຊຂອງຕົນ. ທ່ານ Kwon Jong-gun ຊີ້ແຈ້ງວ່າ ເປັນທີ່ຈະແຈ້ງແລ້ວວ່າ ການຊ້ອມຮົບຂອງ ອາເມລິກາ ແລະ ສ.ເກົາຫຼີ ແມ່ນ “ກໍານົດ ສປປ.ເກົາຫຼີີ ຄືດັ່ງສັດຕູ”, ສະນັ້ນ ການເຈລະຈາລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຍາກທີ່ຈະໄດ້ຮັບການປະຕິບັດ ຖ້າຫາກວ່າ ອາເມລິກາ ແລະ ສ.ເກົາຫຼີ ບໍ່ຢຸດຕິບັນດາການຊອ້ມຮົບທີ່ຄ້າຍຄືກັນ ຫຼື ມີການອະທິບາຍຢ່າງສົມເຫດສົມຜົນກ່ຽວກັບບັນຫາດັ່ງກ່າວ.
