ຖະແຫຼງການຂອງກະຊວງການຕ່າງປະເທດ ສປປ.ເກົາຫຼີ ໄດ້ຍົກອອກມາໃນວັນທີ 06 ຕຸລາ, ພາຍຫລັງການພົບປະເຈລະຈາຂັ້ນນັກວິຊາການລະຫວ່າງ 2 ປະເທດຢູ່ ປະເທດ ຊູແອັດ ຖືກພັງທະລາຍພຽງ 1 ວັນເທົ່ານັ້ນ.

ຜູ້ຕາງໜ້າພິເສດຂອງ ອາເມລິກາ ກ່ຽວກັບ ສປປ.ເກົາຫຼີ Stephen Biegun (ຂວາ) ແລະ ຫົວໜ້າຄະນະເຈລະຈາ ສປປ.ເກົາຫຼີ Kim Myong-gil (ຊ້າຍ). ພາບ: Kyodo/TTXVN

ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຖະແຫຼງການຂອງກະຊວງການຕ່າງປະເທດ ສປປ.ເກົາຫຼີ ໃຫ້ຮູ້ວ່າ: ອາເມລິກາ ສວຍໃຊ້ການເຈລະຈາດ້ານນິວເຄຼຍລະຫວ່າງ 2 ປະເທດ ເພື່ອຮັບໃຊ້ໃຫ້ແກ່ພື້ນຖານດ້ານການເມືອງພາຍໃນປະເທດ, ພ້ອມທັງປະຕິເສດຄວາມສາມາດຈະດຳເນີນການພົບປະເຈລະຈາກັບ ອາເມລິກາ ທຸກຄັ້ງໃນໄລຍະຈະມາເຖິງ.