ປະຊາຊົນຕິດຕາມທາງໂທລະພາບເລື່ອງ ສປປ.ເກົາຫຼີ ທົດລອງຍິງດາວທຽມສອດແນມ

ຕາມ KCNA ແລ້ວ, ກົມພັດທະນາການບິນ ອະວະກາດແຫ່ງຊາດ (NADA) ແລະ ສະຖາບັນ ວິທະຍາສາດປ້ອງກັນຊາດ ໄດ້ດຳເນີນ ການທົດລອງ ໃນວັນທີ 5 ມີນາ ຕາມແຜນການພັດທະນາ ດາວທຽມສອດແນມ. ໂດຍຜ່ານການທົດລອງ, NADA ໄດ້ກໍານົດຄວາມໄວ້ເນື້ອເຊື່ອໃຈຂອງລະບົບສົ່ງແລະຮັບຂໍ້ມູນຂອງດາວທຽມ, ລະບົບບັນຊາ ແລະບັນດາລະບົບຄວບຄຸມໜ້າດິນອື່ນໆ.”

ວັນທີ 5 ມີນານີ້, ກອງທັບສ.ເກົາຫຼີ ໃຫ້ຮູ້ວ່າ, ສ.ເກົາຫຼີໄດ້ຍິງລູກສອນໄຟນຳວິຖີໄປສູ່ບໍລິເວນທະເລທາງທິດຕາເວັນອອກ, ເຊິ່ງເປັນການທົດລອງອາວຸດຄັ້ງທີ 9 ນັບແຕ່ຕົ້ນປີມານີ້. ລູກສອນໄຟດັ່ງກ່າວໄດ້ຍິງຈາກເຂດ Sunan ແລະບິນໄປໄກປະມານ 270 ກິໂລແມັດ ແລະ ຢູ່ໃນລະດັບຄວາມສູງ 560 ກິໂລແມັດ.