ທ່ານປະທານາທິບໍດີ ອາເມລິກາ Donald Trump (ຊ້າຍ) ແລະ ການນຳ ສປປ.ເກົາຫຼີ Kim Jong-Un ພາບ: Kyodo/TTXVN

ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຄຳຖະແຫຼງຂອງຫົວໜ້າອົງການຄົ້ນຄວ້ານະໂຍບາຍ ສັງກັດສະຖາບັນຄົ້ນຄວ້າ ອາເມລິກາ, ທີ່ຂຶ້ນກັບກະຊວງການຕ່າງປະເທດ ສປປ.ເກົາຫຼີ ໂດຍໃຫ້ຮູ້ວ່າ: ບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດຽວ ທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດຈັດວາງຕ້ານ ສປປ.ເກົາຫຼີ ແລະ ບັນດາປະເທດທີ່ກ່ຽວຂ້ອງແມ່ນ “ແຕະຕ້ອງຢ່າງຮ້າຍແຮງຕໍ່ອະທິປະໄຕ ແລະ ລະເມີດກົດໝາຍສາກົນ ຊຶ່ງໄດ້ຮັບການຮັບຮອງເອົາຢ່າງກ້ວາງຂວາງ”.

ໃນການຜັນແປທີ່ກ່ຽວຂ້ອງ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ປະກາດວ່າ ການນຳ Moon Jae-in ຂອງປະເທດນີ້ ຈະຈັດສົ່ງທູດພິເສດໄປ ສປປ.ເກົາຫຼີ ໃນວັນທີ 01 ມີນາ.