ວັນທີ 24 ທັນວາ, ກະຊວງການຕ່າງປະເທດ ສປປ.ເກົາຫຼີ ຢືນຢັນວ່າ ພວມພັດທະນາອາວຸດນິວເຄຼຍ ເພື່ອແນໃສ່ປ້ອງກັນອະທິປະໄຕ ແລະ ຊີວິດການເປັນຢູ່ຂອງປະຊາຊົນຕໍ່ໜ້າບັນດານະໂຍບາຍທີ່ເປັນປໍລະປັກຂອງ ອາເມລິກາ, ພ້ອມທັ້ງ ເນັ້ນໜັກວ່າ ວໍຊິງຕັນ ຄວນຍອມຮັບວ່າ ພຽງຢາງ ຈະບໍ່ປະລະບັນດາອາວຸດນີ້. ສປປ.ເກົາຫຼີ ຊີ້ແຈ້ງວ່າ ຈະສືບຕໍ່ເພີ່ມທະວີຄວາມສາມາດບົ່ມຊ້ອນດ້ານນິວເຄຼຍ ເພື່ອແນໃສ່ສ້າງດຸ່ນກຳລັງແຮງກັບ ອາເມລິກາ.